2.9.54

ມາອີກແລ້ວເດີ ! ໂທລະສັບຄຸນນະພາບຈາກປັກກິ່ງ Xiaomi Phone M1



Xiaomi Phone ໄດ້ເປີດໂຕໂທລະສັບມືຖື Android ລຸ້ນທຳອິດຊື່ວ່າ M1 ຢ່າງເປັນທາງການວັນທີ 16/08/2011 ທີ່ຜ່ານມາ ທີ່ປັກກິ່ງ ປະເທດຈີນ , ໂດຍສິ່ງທີ່ພິເສດທີ່ເຮັດໃຫ້ Xiaomi Phone M1 ເບິ່ງເປັນຕາສົນໃຈ ນັ້ນແມ່ນ Spec ຂອງເຄື່ອງທີ່ສູງ ບວກກັບການມາພ້ອມກັບ Rom ທີ່ມີຊື່ມສຽງ ນັ້ນແມ່ນ MIUI (ເຊິ່ງເປັນ ຣອມ ໂຕໜຶ່ງທີ່ໄດ້ຮັບຄວາມນິຍົມສູງ ໃນກຸ່ມທີ່ໃຊ້ Android ຂັ້ນສູງ ຈະຮູ້ຈັກ ROM ນີ້ ,ເພາະມັນແມ່ນ ROM Firmware ຂອງ Android ຖືກດັດແປງທີ່ມີລັກສະນະສວຍງາມແລະປະຫຍັດຖ່ານອີກ, ທີ່ຕ່າງຈາກ Cyanogen Mod ທີ່ດັດແປງເພື່ອຄວາມໄວແລະມີສະຖຽນລະພາບ. ບັນດາເຫຼົ່ານີ້ເອີ້ນວ່າ Custom ROM ໄວ້ໂອກາດໜ້າຈະອະທິບາຍໃນບົດຄວາມໜຶ່ງຕ່າງຫາກ ຂໍຕິດໜີໄວ້ອີກແລ້ວ )



      ໂດຍລາຄາຢູ່ປະເທດຈີນຈະຕົກຢູ່ 1.999 ຫຍວນ ປະມານ 310 ໂດລາ ຫຼື 2.400.000 ປາຍໆ ກີບ ນີ້ແຫລ່ະ , ຖ້າໃຜມີໝູ່ຢູ່ຈີນກະຝາກຊື້ໂຫລດເດີ ( ເອີລືມ! ຢ່າໄປທຽບກັບຂອງຈີນຄຸນນະພາບຕ່ຳທີ່ຂາຍອຶກກະທຶກໃນບ້ານເຮົາເດັດຂາດດ ເພາະ  Xiaomi Phone ເປັນໂທລະສັບທີ່ມີຄຸນນະພາບຢູ່ຈີນ ) ເບິ່ງວິດີໂອນີ້ ຈະຮູ້ວ່າທົນທານສ່ຳໃດ: 

                                                                                                
Xiaomi Phone M1  ມີຢູ່ 02 ລຸ້ນຄື: ລຸ້ນທີ່ໃຊ້ CPU ຄວາມໄວ 1.5 GHz ແລະ ລຸ້ນທີ່ໃຊ້ CPU ຄວາມໄວ 1.2 GHz


ສະເປັກຂອງ Xiaomi Phone M1
  • Operating System:  Android 2.3.5
  • User Interfact MIUI
  • ຄວາມຖີ່ສັນຍານ: GSM 850/900/1800/1900 MHz
                                 - WCDMA 850/1900/2100 MHz
  • CPU: dual-core ຄວາມໄວ 1.5 GHz ( ແລະ 1.2 GHz)
  • GPU: Adreno 220
  • RAM: 1 GHz
  • ROM: 4 GB
  • ໜ່ວຍຄວາມຈຳ: Micro SD Card ໄດ້ສູງສຸດ 32 GB
  • ໜ້າຈໍ 4 ນີ້ວ ຄວາມລະອຽດ 480 x 854 Pixel ( ປະເພດ Capacitive )
  • ກ້ອງຫຼັງຄວາມລະອຽດ 8 Mega Pixel
  • Battery: 1930mAh


ລາຄາຖືວ່າຖືກຫຼາຍ ເພາະ ສະເປັກ ອາດສູງກວ່າ Samsung Galaxy S II ທີ່ຖືວ່າແຮງທີ່ສຸດໃນຕອນນີ້ ( ສູງກວ່າ Iphone 4 ແນ່ນອນ ) , ສ່ວນໂປຣແກຣມໂອເອສ ບໍ່ຕ້ອງເປັນຫ່ວງ ເພາະວ່າ MIUI ເປັນທີ່ຍອມຮັບຫຼາຍໃນກຸ່ມຄົນທີ່ໃຊ້ Android ( ລອງພິມ MIUI ຢູ່ Google ເບິ່ງເດີ )