31.8.54

ລະວັງ!!! ໄວຣັສ “Virus” ປອມໂຕເປັນ ໂປຣແກຣມຂ້າໄວຣັສ “Anti-Virus”


    ໃນປະຈຸບັນການນຳໃຊ້ຄອມພິວເຕີ້ຂອງພວກເຮົາ ( ຢູ່ປະເທດລາວເຮົາ ) ກໍ່ກ້າວເຂົ້າສູ່ໂລກອອນໄລ໌ຫຼາຍຂຶ້ນ ຍ້ອນຄ່ານຳໃຊ້ອິນເຕີເນັດ ກໍ່ເລີ່ມຖືກລົງເລື້ອຍໆ ໂດຍສະເພາະແມ່ນການເຊື່ອມຕໍ່ແບບບໍ່ມີສາຍ ( Wireless ) ຜ່ານ Aircard ຂອງບັນດາບໍລິສັດໂທລະຄົມຕ່າງໆ ຄືື: Unitel ຄວາມໄວ 3G, M-Phone ຄວາມໄວ 3G, ETL ໄດ້ຂ່າວວ່າໃກ້ຈະເປີດ 3G ແລ້ວ, Tigo ຄວາມໄວ EDGE. ຊຶ່ງຕ່າງຈາກແຕ່ເກົ່າພວກເຮົາສ່ວນໃຫຍ່ຈະໃຊ້ຄອມພຽງແບບ ອອບໄລນ໌ ( ແບບປິດ ບໍ່ມີການເຊື່ອມຕໍ່ອິນເຕີເນັດ ) ເພາະຄ່າອິນເຕີເນັດທີ່ສູງ ມີພຽງ ບໍລິສັດ, ທະນາຄານ, ຫ້ອງການ ແລະ ອົງກອນບາງແຫ່ງທີ່ຈຳເປັນຕ້ອງໃຊ້ອິນເຕີເນັດເທົ່ານັ້ນທີ່ຈະມີໄດ້ .
      ອິນເຕີເນັດ ມີຄວາມຫຼາກຫຼາຍ ສະດວກສະບາຍ ວ່ອງໄວ, ແຕ່ກໍ່ມີຄວາມສ່ຽງຫຼາຍ ກ່ຽວກັບໄວຣັສ ຫຼື Malware ຕ່າງໆ ເພາະຕ້ອງເຊື່ອມຕໍ່ກັບໂລກພາຍນອກ   ( ສ່ວນຜົນດີແລະຜົນເສຍອື່ນໆ ຂອງອິນເຕີເນັດ ນັ້ນຈະຂຽນເປັນບົດຄວາມໜຶ່ງໂດຍລະອຽດຕ່າງຫາກ ໃຫ້ພີ່ນ້ອງໄດ້ອ່ານ ) 

      ລາຍງານຂ່າວລ່າສຸດ ຜູ້ພັດທະນາໄວຣັສກຳລັງໃຊ້ວິທີປອມໂຕໃຫ້ຜູ້ໃຊ້ເຂົ້າໃຈຜິດ ເພື່ອທີ່ຈະກະຈາຍໂຕມັນ(ໄວຣັສ)ໃຫ້ໄປຍັງຄອມພິວເຕີ້ນັບລ້ານເຄື່ອງໃນໂລກ ໂດຍວ່າຜູ້ໃຊ້ສ່ວນໃຫຍ່ທີ່ໄດ້ຕົກເປັນເຫຍື່ອໄວຣັສ ມັກຈະຫຼົງເຊື່ອວ່າ ມັນເປັນໂປຣແກຣມຂ້າໄວຣັສຂອງແທ້.

      ລ່າສຸດ Personal Antivirus ເປັນໄວຣັສສາຍພັນໃໝ່ທີ່ຫຼອກລໍ້ຜູ້ໃຊ້ວ່າມັນເປັນໂປຣແກຣມຂ້າໄວຣັສ ຊຶ່ງມີໜ້າຕາການສະແດງຜົນຄ້າຍຄືຜະລິດຕະພັນຂອງ Symantec (ເປັນໂປຣແກຣມຂ້າໄວຣັສຍອດນິຍົມ) ປະສົມກັບໂຕອື່ນໆ ເຮັດໃຫ້ເບິ່ງເປັນຕາເຊື່ອຖື ແຕ່ໃນຄວາມຈິງແລ້ວມັນເປັນ ໄວຣັສ” .
          ສຳຫຼັບ ການຫຼອກລໍ້ໃຫ້ເຫຍື່ອຕາຍໃຈຍັງເປັນວິທີການແບບເກົ່າໆ(ທີ່ຍັງໃຊ້ໄດ້ຜົນ) ນັ້ນກໍ່ຄື ການສະແດງໜ້າຕ່າງຂຶ້ນມາ ( Popup ) ແຈ້ງວ່າ ຄອມພິວເຕີ້ຂອງທ່ານຕິດໄວຣັສ ພ້ອມທັງແນະນຳໃຫ້ທ່ານຟ້າວແກ້ໄຂໂດຍດ່ວນ ດ້ວຍການຕິດຕັ້ງໂຕມັນ (ໄວຣັສ ຫຼື Malware ) ລົງໄປໃນເຄື່ອງ .

      Lloyd ຜູ້ຊ່ຽວຊານດ້ານຄອມພິວເຕີ້ ແນະນຳວ່າ ບໍ່ຄວນເປີດໄຟລ໌ທີ່ແນບມາກັບ ອີ່ແມວ ໂອ໊ຍ ຂໍໂທດ ອ່ານວ່າ ອີເມລ (E-mail)  ແລະ ຄວນຕິດຕັ້ງໂປຣແກຣມຂ້າໄວຣັສທີ່ມີ ລິຂະສິດຊອບແວຣ໌ ( Lincense ) ທີ່ປັດຈຸບັນນີ້ລາຄາກໍ່ຖືກກວ່າແຕ່ກ່ອນຫຼາຍ ຄື ຂອງລາວເຮົາກໍ່ມີ Lao Anti-Virus ຄືວ່າ ລາຄາ ປະມານ 80.000 ກີບ ຕໍ່ປີນີ້ແຫລະ, ຫຼືຂອງ Kaspersky-Lab Anti Virus ທີ່ມີ  Lincense ລາຄາ ປະມານ 180.000 ກີບ ແລະ ອື່ນໆ ທີ່ມີໃຫ້ເລືອກຫຼາຍຢ່າງ.



ທີ່ມາ Arip

21.8.54

ມາຮູ້ຈັກ ສະໝາດໂພນ(smartphone) ໂດຍພື້ນຖານກັນຈັກໜ້ອຍ




ສະໝາດໂພນ(smartphone) ແມ່ນໂທລະສັບເຄື່ອນທີ່ ທີ່ມີຄວາມສາມາດເພີ່ມເຕີມນອກເໜືອຈາກໂທລະສັບມືຖືທົ່ວໄປ ( General Mobile ຫຼື Feature Phone ) ສະໝາດໂພນປຽບຄືຄອມພິວເຕີ້ພົບພາ (Pocket PC) ທີ່ເຮັດວຽກໃນລັກສະນະໂທລະສັບເຄື່ອນທີ່ ໂດຍທີ່ສາມາເຊື່ອມຄວາມສາມາດຫຼັກຂອງໂທລະສັບມືຖືເຂົ້າຮ່ວມກັບ ແອປພຼີເຄເຊີ່ນ ( Application) ຂອງໂທລະສັບເອງ 

ມັນຍັງສາມາດໃຫ້ຜູ້ໃຊ້ຕິດຕັ້ງໂປຣແກຣມເສີມສຳລັບເພີ່ມຄວາມສາມາດຂອງໂທລະສັບເອງອີກດ້ວຍ ໂດຍຮູບແບບນັ້ນຂຶ້ນຢູ່ກັບ ແພຼຕຟອຣ໌ມ ( Platform ) ຂອງໂທລະສັບ ແລະ ລະບົບປະຕິບັກການ ( OS )



ໂດຍລະບົບປະຕິບັດການຂອງໂທລະສັບສ່ວນໃຫຍ່ທີ່ຮູ້ຈັກມີດັ່ງນີ້:
  • ຊິມບ້ຽນ (Symbian) ແມ່ນຂອງທາງ ໂນເກຍ ທີ່ເຊົາໃຊ້ງົບພັດທະນາແລ້ວ.(ແຕ່ຜ່ານມາ ໂນເກຍກໍ່ອີ່ມບີພີມັນກັບຊິມບ້ຽນດົນເຕີບ 555555555).
  • ບີບີ ໂອເອສ (BlackBerry OS) ເປັນຂອງຄ້າຍແບຼັກເບີລີ້ ທີ່ຢູ່ອັນດັບ3 ຂອງຜູ້ຊົມໃຊ້ທົ່ວໂລກ.
  • ແອນດຣອຍ (Android) ສຳລັບສະໝາດໂພນສ່ວນໃຫຍ່ໃນປະຈຸບັນ (ເຊັ່ນ: Samsung, LG , Motorola, I-Mobile, Gnet,Wellcom ,Acer ແລະອື່ນໆອີກຫຼາຍ ) ເປັນອັນດັບ1ຂອງໂອເອສ ( OS ) ທີ່ຄົນໃຊ້ຫຼາຍກວ່າໝູ່ໃນຕອນນີ້ ( 2011 ).
  • ໄອໂອເອສ (iOS) ເປັນຂອງຄ້າຍໂທລະສັບທີ່ຮັ່ງມີທີ່ສຸດໃນຕອນນີ້ ນັ້ນຄືຄ້າຍ ໝາກໂປນ (Apple) , ກ່ຽວກັບໂອເອສ ແມ່ນຢູ່ອັນດັບ 2 , ແຕ່ສິນຄ້າ ສະໝາດໂພນ ທີ່ຂາຍດີ Apple ແມ່ນອັບດັບ1 ໃນຕອນນີ້. 
  • ວິນໂດ ໂມບາຍ (Windows Mobile) ແມ່ນເປັນຂອງ ໄມໂຄຣຊັອບ ທີ່ຈັບມືກັບໂນເກຍ ເພື່ອຈະມາແທນ ຊິມບ້ຽນ (Symbian) (ທີ່ໄດ້ບຳນານໄປແລ້ວ55555).
  • ບາດາ (Bada) ແມ່ນໂອເອສຂອງທາງ Samsung ເປັນຜູ້ສ້າງຂຶ້ນມາເອງແຕ່ຍັງບໍ່ປະສົບຜົນສຳເລັດປານໃດ.
  • ເວບໂອເອສ (webOS) ເປັນໂອເອສ ຂອງທາງຄ້າຍ ເອຈ໌ພີ ( HP ) ທີ່ປະກາດເຖິງຄວາມລົ້ມເຫຼວແລ້ວໃນວັນທີ 18 ສິງຫາ 2011 . ( ເປັນລະບົບທີ່ດີແຕ່ຜູ້ທີ່ສົນໃຈຈະພັດທະນາຊ່ວຍ ຄ້ອນຂ້າງໜ້ອຍ )
  • ມີໂກ້ (MeeGo) ເປັນລະບົບປະຕິບັດການອີກຕົວໜຶ່ງທີ່ທາງ ໂນເກຍລັງເລວ່າຈະພັດທະນາຕໍ່ ຫຼື ຢຸດ .










18.8.54

Google ຊື້ Motorola ເພີ່ມຄວາມເຂັ້ມແຂງສູ້ເສິກສົງຄາມສິດທິບັດ(ຊັບສິນທາງປັນຍາ)




ເຈົ້າພໍ່ວົງການ ເຄື່ອງມືຄົ້ນຫາ ( Search Engine ) ແລະ ໂຄສະນາອອນໄລນ໌ ( Advertization Online ) ຢ່າງ Google ໄດ້ເຮັດການສະເທືອນຕະຫຼາດອີກເທື່ອໜຶ່ງ ຫຼັງປະກາດຊື້ Motorola Mobility ( ພາກສ່ວນທຸລະກິດ ໂທລະສັບມືຖືແລະແທັບເລັດຂອງໂມໂຕໂຣລາ ) ດ້ວຍວົງເງີນທີ່ມະຫາສານເຖິງ 12,500 ລ້ານ ໂດລາສະຫະລັດ ຫຼື ປະມານ 100,287,500,000,000 ກີບ ຫຼັງຈາກທີ່ ໂມໂຕໂຣລາ ເພີ່ງຈະອອກຂ່າວທຳນອງທີ່ວ່າກຽມໃຊ້ສິດທິບັດເພື່ອຮັກສາຜົນປະໂຫຍດຂອງຕົນ.
      ສຳຫຼັບການເຄື່ອນໄຫວເສີມທັບໃນຄັ້ງນີ້ ຄົງຈະໜີບໍ່ພົ້ນການໃຊ້ປະໂຫຍດຈາກສິດທິບັດຈຳນວນຫຼວງຫຼາຍທີ່ຢູ່ໃນການຄຸ້ມຄອງຂອງ ໂມໂຕໂຣລາ ອີກດ້ວຍ ຫຼັງຈາກເສຍທ່າໃນການປະມູນສິດທິບັດ ນໍເທລ ( Nortel ) ທີ່ທາງດ້ານກຸ່ມພັນທະມິດສະເພາະກິດຢ່າງ Microsoft, Apple, RIM ( Blackbery ) ແລະເຈົ້າອື່ນໆ ຍາດໄປໄດ້ ສ່ວນເລື່ອງການສ້າງຄວາມເຂັ້ມແຂງໃຫ້ກັບ Android ກໍ່ເປັນເລື່ອງຮອງລົງໄປ.
      ໂດຍທີ່ ແລລີ່ ເພດຈ໌ ( Larry Page ) ຜູ້ບໍລິຫານອົງກອນຂອງ Google ກ່າວເຖິງການຊື້ຄັ້ງນີ້ວ່າບໍ່ພຽງແຕ່ເປັນການສ້າງຄວາມເຂັ້ມແຂງໃຫ້ກັບ ລະບົບປະຕິບັດການ ( Operating System ) ສຳຫຼັບອຸປະກອນພົບພາຫຼັກຂອງບໍລິສັດ ຢ່າງ Android ແຕ່ເປັນການສ້າງຄວາມເປັນຜູ້ນຳໃນຕະຫຼາດອຸປະກອນເຄື່ອງໃຊ້ພາຍໃນເຮືອນແລະ ຜະລິດຕະພັນວິດີໂອ( Solution Video ) ສຳລັບສ່ວນທຸລະກິດອີກດ້ວຍ.
      ດ້ວຍເຫດນີ້ ຫຼັງຈາກການເຂົ້າຊື້ຄັ້ງນີ້ສຳເລັດ ເຊິ່ງຕ້ອງລໍຖ້າການອະນຸມັດຈາກທາງການເສຍກ່ອນ ເຊິ່ງຄາດວ່າຈະຢູ່ລະຫວ່າງປາຍປີ 2011 ເຖິງຕົ້ນປີ 2012 ໂດຍ ລະບົບປະຕິບັດການ ( OS ) Android ຈະຄົງຍັງເປັນລະບົບເປີດ ( Open Source ) ແລະ Motorola ຈະດຳເນີນທຸລະກິດຄືເກົ່າໂດຍບໍ່ມີການຄວບລວມເຂົ້າກັບ Google ແຕ່ຢ່າງໃດ .       

9.8.54

Haipad M9 ອີກຕົວໜຶ່ງທີ່ ຕອບໂຈດຄົນທີ່ກຳລັງແນມຫາ Tablet ແລະ Smartphone ໃນເຄື່ອງດຽວ


ມາພ້ອມໜ້າຈໍ 7ນີ້ວ ຄືກັບ HeroTab C8 ແຕ່ປະສິດທິພາບເໜືອກວ່າ ເພາະ
Haipad M9 ແອນດຣອຍ ແທັບເລັດ ທີ່ ໂທລະສັບໄດ້ ພ້ອມການເຊື່ອມຕໍ່ 3G ໃນໂຕ ຮອງຮັບຊິມ Unitel ແລະ M-Phone (  ລວມທັງສັນຍານ EDGE/GPRS ຂອງ ETL ແລະ Tigo ) , ມາພ້ອມກັບ CPU Cortex A9 Dual Core @1 Ghz ,ຈໍສຳຜັດແບບ Capacitive  , ຮອງຮັບ Flash 10.1 ການເຊື່ອມຕໍຄົບຖ້ວນດ້ວຍລາຄາເບົາໆ

ຂໍ້ມູນສິນຄ້າ:  ລຸ້ນ Haipad M9 (Rena3,Opad Renesas )
ຂໍ້ມູນດ້ານ Software
ລະບົບ
Google Andriod 2.2
Internet
WIFI ແລະ 3G (WCDMA) ໃນໂຕ
ໂທລະສັບ ແລະ 3G
Internet
ໂທລະສັບ
Message
ສຽງ
Support all the usual audio formats
Support music library, tag search
Support online streaming media
ວີດີໂອ
1080P video playback
Support AVI,MKV,MOV,TS,RM/RMVB,3GP, MPEG, DAT, MP4 ETC
Flash
Support Adobe Flash 10.1
ຮູບພາບ
Support JPEG、GIF、PNG、BMP files
Picture rotating, zooming out
Support Painting
* GPS(option)
Careland Navi (ສຳຫຼັບລຸ້ນທີ່ມີ GPS)
ອື່ນໆ
Google Browser
Google Market/APP Store download APK and games
Calculator, Calender,Google Map
Email, Office documents
ພາສາທີ່ຮອງຮັບ
Simplified Chinese, English,ພາສາໄທ,other languages (ກຳລັງທົດລອງພາສາລາວ)
ຂໍ້ມູນດ້ານ Hardware
CPU
Renesas ARM Cortex A9 Dual core @ 1GHz  (@533MHz x 2)
3D graphics acceleration,1080P video decoder (PowerVR SGX 530)
ໜ່ວຍຄວາມຈຳ DDR II RAM 512MB
4GB Nand Flash(ຄວາມຈຳພາຍໃນ), ຮອງຮັບ TF card (ສູງສຸດ 32GB)
Wireless
IEEE 802.11 b/g/n network,
ໜ້າຈໍ
ຂະໜາດ 7ນີ້ວ
ຄວາມລະອຽດ WVGA (800×480)
ລະບົບສຳຜັດ
Capacitive Touch Panel (ສຳຜັດ 2 ຈຸດ)
ອື່ນໆ
ຂະໜາດ 194*116*13
ນ້ຳໜັກ 340g

Battery 3400mA  3.7V(ຫຼິ້ນຕໍ່ເນື່ອງປະມານ 6 ຊົ່ວໂມງ)
bluetooth
Bluetooth 3.0
ກ້ອງ
2.0M ດ້ານໜ້າ
USB
Mini USB
 3G
ຮອງຮັບເຊື່ອມຕໍ່ຜ່ານເຄືອຂ່າຍ EDGE/GPRS/3G /GPS                          
ຮອງຮັບຄວາມຖີ່ 850/900/1800/1900 MHz (2G EDGE 200-360 KBPS.)
ຮອງຮັບຄວາມຖີ່ 850 /1900/2100 MHz(3G HSDPA ເທິງຄວາມໄວ 7.2Mbps DL ແລະ UL 5.76Mbps )
ຮອງຮັບ Sim Card : Unitel/M-Phone/ETL/Tigo
ຮອງຮັບ GPRS : Class 12
ຮອງຮັບ EDGE : Class 12
ຮອງຮັບ 3G : 850/1900/2100 Mhz( Unitel / M-Phone )
ຮອງຮັບ SMS :ໄດ້
HDMI
Support
 GPS
ບໍ່ມີ
G-Sensor
Support
ອຸປະກອນພາຍໃນກັບ
Haipad M9 Android Tablet  01 ເຄື່ອງ
ສາຍສາກໄຟ                         01 ສາຍ
ສາຍ USB ຕໍ່ໃສ່ຄອມ              01  ສາຍ
ສາຍ USB ຕໍ່ໃສ່ອຸປະກອບ        01 ສາຍ

ລາຄາປະມານ 2.800.000 ກີບ

ສົນໃຈຕິດຕໍ່:     Tel: +856-20-22313989 , +856-20-99223899
                Email: okeokayson@yahoo.com , studentfatty@gmail.com

Herotab C8

ຂໍແນະນຳກ່ຽວກັບ Herotab C8 ແທັບເລັດຄຸນນະພາບຈາກຈີນ ລາຄາກັນເອງ

         Herotab C8 ເປັນ ແທັບເລັດຈີນລຸ້ນທຳອິດທີ່ມີປະສິດທິພາບໃກ້ຄຽງກັບ Ipad (Apple) ແລະ Samsung Galaxy Tab ຫຼາຍທີ່ສຸດ ໂດຍມີ CPU Samsung Cortex A8 1 Ghz ແລະ RAM 512mb ພ້ອມການເຊື່ອມຕໍ່ ອິນເຕີເນັດ ຜ່ານ WIFI ແລະ USB 3G , ຈໍພາບແບບ Capacitive Multi-Touch screen ( ຮູບແບບການສຳຜັດດ້ວຍມື ແບບIphone )  ສຳຜັດໄດ້ວ່ອງໄວ ,ຮອງຮັບ HDMI ອອກສູ່ ໂທລະທັດ ( ລະດັບຄວາມລະອຽດ Full HD ) ແລະເກມ 3 ມິຕິ ລະດັບສູງ , ລາຄາກໍ່ຄຸ້ມຄ່າສົມຄວນ (ຖ້າທຽບໃສ່ປະສິດທິພາບລະດັບນີ້ ເຊິ່ງມັນແຕກຕ່າງຈາກເຄື່ອງຈີນຄຸນນະພາບຕຳ່ຊຶ່ງມີຂາຍຢູ່ໃນຮ້ນຂາຍໂທລະສັບຈີນ) ແລະສິນຄ້າພວກນີ້ກໍ່ເປັນທີ່ນິຍົມຢູ່ USA ແລະ EU ເພາະດ້ວຍການຄຸ້ມຄ່າທາງຄຸນນະພາບທີ່ສະໜອງຕໍ່ລາຄາທີ່ເໝາະສົມ 
ລາຄາ 295 ໂດລາ, ປະມານ 2.300.000 ກີບ
ລາຍລະອຽດເພີ່ມເຕີມ:
Product Herotab C8 Samsung 1GHZ Android 2.2 Flash 10.1 Capacitive Multitouch HDMI (same as dropad a8)
Warranty 6 Month
CPU Samsung S5PV210 (ARM Cortex TM-A8) 1.0GHz 
OS Android 2.3 :Gingerbread, Flash 10.1
Memory 512MB DDR2 Ram, 4GB Nandflash built in
Extend Memory up to 32GB via micro sd card

Screen
7" Capacitive Multitouch
800*480
Audio 3.5mm headphone jack
Built in Microphone
Supports: WMA, MP3, WAV, AAC
Video Supports 1080p HD video, decode MPEG4/H.264/H.263/VC1
COOL FEATURE Voice search, navigate the internet with your voice, navigate your tablet pc with your voice (works best with the mic facing you (sideways)
Features and highlights
  • Samsung 1Ghz processor
  • Android 2.2 Froyo
  • Flash 10.1
  • 7" Capacitive Multitouch
  • Gsensor
  • Supports 3G USB dongle
  • Super fast 10Ghz processor Samsung S5PV210
  • WiFi 802.11 b/g
  • 1.3MP Camera
  • HDMI port
  • USB port
  • OTG port
  • Supports mouse, external keyboard
  • Multilanguage support
  • Market ready
  • KingReader
  • Ireader
  • Facebook
  • Raging Thunder
  • Angry birds
  • RepliGo Reader(PDF)
  • Net Clock
  • Excellent Ebook reader
  • Weather on line
  • Web Browser
  • 7" size perfect to bring with you anywhere
  • MSN
  • Photo broswer: Jpeg
  • PDF Reader
  • Thousands of apps
  • Ebook: TXT, UMD, CHM, HTML, PDB
  • 3D Games Support
Dimensions 196.5*125*14.5mm weight: 0.510g
Camera Front 2.0MP
Battery Built in Battery 4500mAh  (dual 2250mAh batteries)
Package
Content
  • ເຄື່ອງ Herotab C8
  • ສາຍ USB ຕໍ່ໃສ່ ຄອມພິວເຕີ
  • ສາຍສາກໄຟ


ສົນໃຈຕິດຕໍ່:     Tel: +856-20-22313989 , +856-20-99223899
                Email: okeokayson@yahoo.com , studentfatty@gmail.com