31.8.54

ລະວັງ!!! ໄວຣັສ “Virus” ປອມໂຕເປັນ ໂປຣແກຣມຂ້າໄວຣັສ “Anti-Virus”


    ໃນປະຈຸບັນການນຳໃຊ້ຄອມພິວເຕີ້ຂອງພວກເຮົາ ( ຢູ່ປະເທດລາວເຮົາ ) ກໍ່ກ້າວເຂົ້າສູ່ໂລກອອນໄລ໌ຫຼາຍຂຶ້ນ ຍ້ອນຄ່ານຳໃຊ້ອິນເຕີເນັດ ກໍ່ເລີ່ມຖືກລົງເລື້ອຍໆ ໂດຍສະເພາະແມ່ນການເຊື່ອມຕໍ່ແບບບໍ່ມີສາຍ ( Wireless ) ຜ່ານ Aircard ຂອງບັນດາບໍລິສັດໂທລະຄົມຕ່າງໆ ຄືື: Unitel ຄວາມໄວ 3G, M-Phone ຄວາມໄວ 3G, ETL ໄດ້ຂ່າວວ່າໃກ້ຈະເປີດ 3G ແລ້ວ, Tigo ຄວາມໄວ EDGE. ຊຶ່ງຕ່າງຈາກແຕ່ເກົ່າພວກເຮົາສ່ວນໃຫຍ່ຈະໃຊ້ຄອມພຽງແບບ ອອບໄລນ໌ ( ແບບປິດ ບໍ່ມີການເຊື່ອມຕໍ່ອິນເຕີເນັດ ) ເພາະຄ່າອິນເຕີເນັດທີ່ສູງ ມີພຽງ ບໍລິສັດ, ທະນາຄານ, ຫ້ອງການ ແລະ ອົງກອນບາງແຫ່ງທີ່ຈຳເປັນຕ້ອງໃຊ້ອິນເຕີເນັດເທົ່ານັ້ນທີ່ຈະມີໄດ້ .
      ອິນເຕີເນັດ ມີຄວາມຫຼາກຫຼາຍ ສະດວກສະບາຍ ວ່ອງໄວ, ແຕ່ກໍ່ມີຄວາມສ່ຽງຫຼາຍ ກ່ຽວກັບໄວຣັສ ຫຼື Malware ຕ່າງໆ ເພາະຕ້ອງເຊື່ອມຕໍ່ກັບໂລກພາຍນອກ   ( ສ່ວນຜົນດີແລະຜົນເສຍອື່ນໆ ຂອງອິນເຕີເນັດ ນັ້ນຈະຂຽນເປັນບົດຄວາມໜຶ່ງໂດຍລະອຽດຕ່າງຫາກ ໃຫ້ພີ່ນ້ອງໄດ້ອ່ານ ) 

      ລາຍງານຂ່າວລ່າສຸດ ຜູ້ພັດທະນາໄວຣັສກຳລັງໃຊ້ວິທີປອມໂຕໃຫ້ຜູ້ໃຊ້ເຂົ້າໃຈຜິດ ເພື່ອທີ່ຈະກະຈາຍໂຕມັນ(ໄວຣັສ)ໃຫ້ໄປຍັງຄອມພິວເຕີ້ນັບລ້ານເຄື່ອງໃນໂລກ ໂດຍວ່າຜູ້ໃຊ້ສ່ວນໃຫຍ່ທີ່ໄດ້ຕົກເປັນເຫຍື່ອໄວຣັສ ມັກຈະຫຼົງເຊື່ອວ່າ ມັນເປັນໂປຣແກຣມຂ້າໄວຣັສຂອງແທ້.

      ລ່າສຸດ Personal Antivirus ເປັນໄວຣັສສາຍພັນໃໝ່ທີ່ຫຼອກລໍ້ຜູ້ໃຊ້ວ່າມັນເປັນໂປຣແກຣມຂ້າໄວຣັສ ຊຶ່ງມີໜ້າຕາການສະແດງຜົນຄ້າຍຄືຜະລິດຕະພັນຂອງ Symantec (ເປັນໂປຣແກຣມຂ້າໄວຣັສຍອດນິຍົມ) ປະສົມກັບໂຕອື່ນໆ ເຮັດໃຫ້ເບິ່ງເປັນຕາເຊື່ອຖື ແຕ່ໃນຄວາມຈິງແລ້ວມັນເປັນ ໄວຣັສ” .
          ສຳຫຼັບ ການຫຼອກລໍ້ໃຫ້ເຫຍື່ອຕາຍໃຈຍັງເປັນວິທີການແບບເກົ່າໆ(ທີ່ຍັງໃຊ້ໄດ້ຜົນ) ນັ້ນກໍ່ຄື ການສະແດງໜ້າຕ່າງຂຶ້ນມາ ( Popup ) ແຈ້ງວ່າ ຄອມພິວເຕີ້ຂອງທ່ານຕິດໄວຣັສ ພ້ອມທັງແນະນຳໃຫ້ທ່ານຟ້າວແກ້ໄຂໂດຍດ່ວນ ດ້ວຍການຕິດຕັ້ງໂຕມັນ (ໄວຣັສ ຫຼື Malware ) ລົງໄປໃນເຄື່ອງ .

      Lloyd ຜູ້ຊ່ຽວຊານດ້ານຄອມພິວເຕີ້ ແນະນຳວ່າ ບໍ່ຄວນເປີດໄຟລ໌ທີ່ແນບມາກັບ ອີ່ແມວ ໂອ໊ຍ ຂໍໂທດ ອ່ານວ່າ ອີເມລ (E-mail)  ແລະ ຄວນຕິດຕັ້ງໂປຣແກຣມຂ້າໄວຣັສທີ່ມີ ລິຂະສິດຊອບແວຣ໌ ( Lincense ) ທີ່ປັດຈຸບັນນີ້ລາຄາກໍ່ຖືກກວ່າແຕ່ກ່ອນຫຼາຍ ຄື ຂອງລາວເຮົາກໍ່ມີ Lao Anti-Virus ຄືວ່າ ລາຄາ ປະມານ 80.000 ກີບ ຕໍ່ປີນີ້ແຫລະ, ຫຼືຂອງ Kaspersky-Lab Anti Virus ທີ່ມີ  Lincense ລາຄາ ປະມານ 180.000 ກີບ ແລະ ອື່ນໆ ທີ່ມີໃຫ້ເລືອກຫຼາຍຢ່າງ.



ທີ່ມາ Arip

ไม่มีความคิดเห็น:

แสดงความคิดเห็น