18.8.54

Google ຊື້ Motorola ເພີ່ມຄວາມເຂັ້ມແຂງສູ້ເສິກສົງຄາມສິດທິບັດ(ຊັບສິນທາງປັນຍາ)




ເຈົ້າພໍ່ວົງການ ເຄື່ອງມືຄົ້ນຫາ ( Search Engine ) ແລະ ໂຄສະນາອອນໄລນ໌ ( Advertization Online ) ຢ່າງ Google ໄດ້ເຮັດການສະເທືອນຕະຫຼາດອີກເທື່ອໜຶ່ງ ຫຼັງປະກາດຊື້ Motorola Mobility ( ພາກສ່ວນທຸລະກິດ ໂທລະສັບມືຖືແລະແທັບເລັດຂອງໂມໂຕໂຣລາ ) ດ້ວຍວົງເງີນທີ່ມະຫາສານເຖິງ 12,500 ລ້ານ ໂດລາສະຫະລັດ ຫຼື ປະມານ 100,287,500,000,000 ກີບ ຫຼັງຈາກທີ່ ໂມໂຕໂຣລາ ເພີ່ງຈະອອກຂ່າວທຳນອງທີ່ວ່າກຽມໃຊ້ສິດທິບັດເພື່ອຮັກສາຜົນປະໂຫຍດຂອງຕົນ.
      ສຳຫຼັບການເຄື່ອນໄຫວເສີມທັບໃນຄັ້ງນີ້ ຄົງຈະໜີບໍ່ພົ້ນການໃຊ້ປະໂຫຍດຈາກສິດທິບັດຈຳນວນຫຼວງຫຼາຍທີ່ຢູ່ໃນການຄຸ້ມຄອງຂອງ ໂມໂຕໂຣລາ ອີກດ້ວຍ ຫຼັງຈາກເສຍທ່າໃນການປະມູນສິດທິບັດ ນໍເທລ ( Nortel ) ທີ່ທາງດ້ານກຸ່ມພັນທະມິດສະເພາະກິດຢ່າງ Microsoft, Apple, RIM ( Blackbery ) ແລະເຈົ້າອື່ນໆ ຍາດໄປໄດ້ ສ່ວນເລື່ອງການສ້າງຄວາມເຂັ້ມແຂງໃຫ້ກັບ Android ກໍ່ເປັນເລື່ອງຮອງລົງໄປ.
      ໂດຍທີ່ ແລລີ່ ເພດຈ໌ ( Larry Page ) ຜູ້ບໍລິຫານອົງກອນຂອງ Google ກ່າວເຖິງການຊື້ຄັ້ງນີ້ວ່າບໍ່ພຽງແຕ່ເປັນການສ້າງຄວາມເຂັ້ມແຂງໃຫ້ກັບ ລະບົບປະຕິບັດການ ( Operating System ) ສຳຫຼັບອຸປະກອນພົບພາຫຼັກຂອງບໍລິສັດ ຢ່າງ Android ແຕ່ເປັນການສ້າງຄວາມເປັນຜູ້ນຳໃນຕະຫຼາດອຸປະກອນເຄື່ອງໃຊ້ພາຍໃນເຮືອນແລະ ຜະລິດຕະພັນວິດີໂອ( Solution Video ) ສຳລັບສ່ວນທຸລະກິດອີກດ້ວຍ.
      ດ້ວຍເຫດນີ້ ຫຼັງຈາກການເຂົ້າຊື້ຄັ້ງນີ້ສຳເລັດ ເຊິ່ງຕ້ອງລໍຖ້າການອະນຸມັດຈາກທາງການເສຍກ່ອນ ເຊິ່ງຄາດວ່າຈະຢູ່ລະຫວ່າງປາຍປີ 2011 ເຖິງຕົ້ນປີ 2012 ໂດຍ ລະບົບປະຕິບັດການ ( OS ) Android ຈະຄົງຍັງເປັນລະບົບເປີດ ( Open Source ) ແລະ Motorola ຈະດຳເນີນທຸລະກິດຄືເກົ່າໂດຍບໍ່ມີການຄວບລວມເຂົ້າກັບ Google ແຕ່ຢ່າງໃດ .       

ไม่มีความคิดเห็น:

แสดงความคิดเห็น