ສະໝາດໂພນ(smartphone) ແມ່ນໂທລະສັບເຄື່ອນທີ່ ທີ່ມີຄວາມສາມາດເພີ່ມເຕີມນອກເໜືອຈາກໂທລະສັບມືຖືທົ່ວໄປ ( General Mobile ຫຼື Feature Phone ) ສະໝາດໂພນປຽບຄືຄອມພິວເຕີ້ພົບພາ (Pocket PC) ທີ່ເຮັດວຽກໃນລັກສະນະໂທລະສັບເຄື່ອນທີ່ ໂດຍທີ່ສາມາເຊື່ອມຄວາມສາມາດຫຼັກຂອງໂທລະສັບມືຖືເຂົ້າຮ່ວມກັບ ແອປພຼີເຄເຊີ່ນ ( Application) ຂອງໂທລະສັບເອງ
ມັນຍັງສາມາດໃຫ້ຜູ້ໃຊ້ຕິດຕັ້ງໂປຣແກຣມເສີມສຳລັບເພີ່ມຄວາມສາມາດຂອງໂທລະສັບເອງອີກດ້ວຍ ໂດຍຮູບແບບນັ້ນຂຶ້ນຢູ່ກັບ ແພຼຕຟອຣ໌ມ ( Platform ) ຂອງໂທລະສັບ ແລະ ລະບົບປະຕິບັກການ ( OS )
ໂດຍລະບົບປະຕິບັດການຂອງໂທລະສັບສ່ວນໃຫຍ່ທີ່ຮູ້ຈັກມີດັ່ງນີ້:
- ຊິມບ້ຽນ (Symbian) ແມ່ນຂອງທາງ ໂນເກຍ ທີ່ເຊົາໃຊ້ງົບພັດທະນາແລ້ວ.(ແຕ່ຜ່ານມາ ໂນເກຍກໍ່ອີ່ມບີພີມັນກັບຊິມບ້ຽນດົນເຕີບ 555555555).
- ບີບີ ໂອເອສ (BlackBerry OS) ເປັນຂອງຄ້າຍແບຼັກເບີລີ້ ທີ່ຢູ່ອັນດັບ3 ຂອງຜູ້ຊົມໃຊ້ທົ່ວໂລກ.
- ແອນດຣອຍ (Android) ສຳລັບສະໝາດໂພນສ່ວນໃຫຍ່ໃນປະຈຸບັນ (ເຊັ່ນ: Samsung, LG , Motorola, I-Mobile, Gnet,Wellcom ,Acer ແລະອື່ນໆອີກຫຼາຍ ) ເປັນອັນດັບ1ຂອງໂອເອສ ( OS ) ທີ່ຄົນໃຊ້ຫຼາຍກວ່າໝູ່ໃນຕອນນີ້ ( 2011 ).
- ໄອໂອເອສ (iOS) ເປັນຂອງຄ້າຍໂທລະສັບທີ່ຮັ່ງມີທີ່ສຸດໃນຕອນນີ້ ນັ້ນຄືຄ້າຍ ໝາກໂປນ (Apple) , ກ່ຽວກັບໂອເອສ ແມ່ນຢູ່ອັນດັບ 2 , ແຕ່ສິນຄ້າ ສະໝາດໂພນ ທີ່ຂາຍດີ Apple ແມ່ນອັບດັບ1 ໃນຕອນນີ້.
- ວິນໂດ ໂມບາຍ (Windows Mobile) ແມ່ນເປັນຂອງ ໄມໂຄຣຊັອບ ທີ່ຈັບມືກັບໂນເກຍ ເພື່ອຈະມາແທນ ຊິມບ້ຽນ (Symbian) (ທີ່ໄດ້ບຳນານໄປແລ້ວ55555).
- ບາດາ (Bada) ແມ່ນໂອເອສຂອງທາງ Samsung ເປັນຜູ້ສ້າງຂຶ້ນມາເອງແຕ່ຍັງບໍ່ປະສົບຜົນສຳເລັດປານໃດ.
- ເວບໂອເອສ (webOS) ເປັນໂອເອສ ຂອງທາງຄ້າຍ ເອຈ໌ພີ ( HP ) ທີ່ປະກາດເຖິງຄວາມລົ້ມເຫຼວແລ້ວໃນວັນທີ 18 ສິງຫາ 2011 . ( ເປັນລະບົບທີ່ດີແຕ່ຜູ້ທີ່ສົນໃຈຈະພັດທະນາຊ່ວຍ ຄ້ອນຂ້າງໜ້ອຍ )
- ມີໂກ້ (MeeGo) ເປັນລະບົບປະຕິບັດການອີກຕົວໜຶ່ງທີ່ທາງ ໂນເກຍລັງເລວ່າຈະພັດທະນາຕໍ່ ຫຼື ຢຸດ .



ไม่มีความคิดเห็น:
แสดงความคิดเห็น